ການນັບເພື່ອນບ້ານ
ການຕັ້ງຄ່າ
ໃຊ້ລູກເຕົ໋າສາມໜ່ວຍ ແລະ ກະດານຕົວເລກຂະໜາດ 8 ຄູນ 8 ຕັ້ງແຕ່ 1 ຫາ 64.
ຫຼິ້ນແນວໃດ
ຜູ້ຫຼິ້ນຈະກິ້ງລູກເຕົ໋າ ແລະ ໃຊ້ການບວກ, ການລົບ, ການຄູນ, ແລະ ການຫານເພື່ອສ້າງຕົວເລກທີ່ບໍ່ມີເຄື່ອງໝາຍຢູ່ເທິງກະດານ. ຜູ້ຫຼິ້ນໝາຍສີ່ຫຼ່ຽມນີ້ ແລະ ໄດ້ຮັບໜຶ່ງຄະແນນສຳລັບສີ່ຫຼ່ຽມບວກກັບອີກໜຶ່ງຄະແນນສຳລັບແຕ່ລະສີ່ຫຼ່ຽມທີ່ໝາຍໄວ້ທີ່ມັນແຕະ, ລວມທັງທາງຂວາງ. ຖ້າຜູ້ຫຼິ້ນບໍ່ສາມາດຫຼິ້ນໄດ້, ຜູ້ຫຼິ້ນຄົນອື່ນທີ່ພົບການຫຼິ້ນສາມາດຮຽກຮ້ອງຄະແນນນັ້ນໄດ້.
ວິທີການຊະນະ
ຫຼິ້ນຫ້າຮອບ ຫຼື ຫຼາຍກວ່ານັ້ນ, ໂດຍໃຫ້ຄະແນນຫຼາຍທີ່ສຸດເປັນຊະນະ.
ການປ່ຽນແປງ
ບາງທາງເລືອກຂອງເກມແມ່ນການໃຊ້ລູກເຕົ໋າໂຕທີສີ່, ແລະ ໃຊ້ກະດານທີ່ນ້ອຍກວ່າ ຫຼື ໃຫຍ່ກວ່າ.
ການຊ່ວຍລູກຂອງທ່ານ
ກ່ອນອື່ນໝົດ, ການຫຼິ້ນເກມຄະນິດສາດຄວນຈະມ່ວນ, ຄືກັບເກມອື່ນໆທີ່ຄອບຄົວຂອງເຈົ້າຫຼິ້ນນຳກັນ!
ກະລຸນາປ່ອຍໃຫ້ລູກຂອງທ່ານຫຼິ້ນບໍ່ດີ (ຜິດພາດ) ໂດຍບໍ່ມີການແກ້ໄຂ, ແລະຕ້ານທານຄວາມຢາກທີ່ຈະບອກເຂົາເຈົ້າກ່ຽວກັບວິທີການຫຼິ້ນທີ່ດີທີ່ສຸດ. ເທື່ອລະໜ້ອຍ, ລູກຂອງທ່ານຈະດີຂຶ້ນໃນເກມ, ແລະເຂົາເຈົ້າຈະຮຽນຮູ້ຫຼາຍຂຶ້ນຖ້າທ່ານປ່ອຍໃຫ້ເຂົາເຈົ້າຄິດອອກ. ບໍ່ຕ້ອງຮີບຮ້ອນ.
ຖ້າທ່ານເຫັນລູກຂອງທ່ານເຮັດຜິດພາດ, ຂໍໃຫ້ເຂົາເຈົ້າອະທິບາຍວ່າເປັນຫຍັງເຂົາເຈົ້າຈຶ່ງຕັດສິນໃຈເຮັດໃນສິ່ງທີ່ເຂົາເຈົ້າເຮັດ. ຖ້າລູກຂອງທ່ານຕິດຂັດ ແລະ ບໍ່ຮູ້ວ່າຈະຫຼິ້ນອັນໃດ, ໃຫ້ຂໍໃຫ້ເຂົາເຈົ້າອະທິບາຍຂໍ້ດີ ແລະ ຂໍ້ເສຍຂອງການເລືອກຂອງເຂົາເຈົ້າ, ຫຼື ຖາມເຂົາເຈົ້າກ່ຽວກັບວິທີທີ່ເຂົາເຈົ້າແກ້ໄຂສະຖານະການທີ່ຄ້າຍຄືກັນໃນອະດີດ. ຖ້າລູກຂອງທ່ານບໍ່ຈື່ວິທີການຄິດໄລ່, ໃຫ້ປຶກສາຫາລືກັບເຂົາເຈົ້າກ່ຽວກັບວິທີການທີ່ເຂົາເຈົ້າຮູ້ໃນການຄິດໄລ່ມັນ. ການສົນທະນາເຫຼົ່ານີ້ແມ່ນມີຄວາມສໍາຄັນສໍາລັບການຊ່ວຍລູກຂອງທ່ານໃຫ້ພັດທະນາທາງດ້ານຄະນິດສາດ.
ຜ່ານການຫຼິ້ນເກມຄະນິດສາດ ແລະ ການສົນທະນາຄະນິດສາດ, ທ່ານກຳລັງຊ່ວຍລູກຂອງທ່ານຮຽນຮູ້ທີ່ຈະເພີດເພີນກັບຄະນິດສາດ ແລະ ພັດທະນາທັກສະການແກ້ໄຂບັນຫາທີ່ສຳຄັນ!